สมเด็จพระเจ้าอยู่หัว ร.10 ทรงมีพระมหากรุณาธิคุณต่อประชาชนชาวลาว ที่ประสบภัยน้ำท่วมจากเหตุเขื่อนแชเปียน-แชน้ำน้อย

ขอพระองค์ทรงพระจริญยิ่งยืนยาว

ທ່ານຮູ້ບໍວ່າ “ໃນວັນນີ້ 25 ກໍລະກົດ 2018, ກອງທັບອາກາດແຫ່ງລາຊະອານາຈັກໄທ ໄດ້ຈັດຍົນລຳລຽງແບບ C-130 ນຳເຄື່ອງພຣະຣາຊະທານ ເຈົ້າມະຫາຊີວິດແຫ່ງຣາຊະອານາຈັກໄທ, ນໍ້າດື່ມ 10,000 ຕຸກ, ຜ້າເຊັດໂຕ 2,000 ຜືນ, ເຄື່ອງກອງນໍ້າ 49 ຊຸດ, ອາຫານ ແລະ ຢາອີກຈຳນວນໜຶ່ງ”

(1) ພ້ອມດຽວກັນນີ້, ອົງສົມເດັດພຣະສັງຄະຣາຊແຫ່ງ ຣາຊະອານາຈັກໄທ ໄດ້ມີອົງການມອບເງິນຈຳນວນ 01 ລ້ານບາດ ເພື່ອເປັນຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດຢູ່ເມືອງ ສະໜາມໄຊ ແຂວງອັດຕະປືໃນຄັ້ງນີ້ດ້ວຍ;
(2) ນອກຈາກນີ້ຍັງໄດ້ລຳລຽງຖົງຍັງຊີບໃນນາມລັດຖະບານໄທ ຈຳນວນ 5,000 ຊຸດ ມາກັບຖ້ຽວບິນດັ່ງກ່າວອີກດ້ວຍ, ໂດຍໃນເບື້ອງຕົ້ນວາງແຜນການບິນໄວ້ຈຳນວນ 04 ຖ້ຽວບິນ ເສັ້ນທາງດອນເມືອງ-ສະໜາມບິນສາກົນປາກເຊ ໃນເວລາບິນ 01 ຊົ່ວໂມງ 20 ນາທີ, ໂດຍຍົນ C-130 ພ້ອມຂຶ້ນບິນທັນທີເມື່ອໄດ້ຮັບອະນຸມັດການບິນຜ່ານນ່ານຟ້າເຂົ້າສະໜາມບິນສາກົນປາກເຊ;
(3) ສະຖານທູດໄທ ປະຈຳນະຄອນຫຼວງວຽງຈັນ ຈະເປັນຜູ້ມາຮັບເຄື່ອງ ແລະ ປະສານສົ່ງຕໍ່ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.